ພ້ອມສົ່ງ
ຊຸດຮຽນຮູ້ DIY ເຄື່ອງຫົດນ້ຳຕົ້ນໄມ້ອັດຕະໂນມັດເມື່ອດິນແຫ້ງ (Automatic Watering Kit)
REF # AtC4mpjhOAlj
ຊຸດການຮຽນຮູ້ (DIY Kits)

ຊຸດຮຽນຮູ້ DIY ເຄື່ອງຫົດນ້ຳຕົ້ນໄມ້ອັດຕະໂນມັດເມື່ອດິນແຫ້ງ (Automatic Watering Kit)

ຂາຍແລ້ວ 2 ຊີ້ນ ພ້ອມສົ່ງ
ສິນຄ້າພ້ອມສົ່ງ
ຈັດສົ່ງດ່ວນ ພາຍໃນ 1–2 ວັນ ຫຼັງຈາກຢືນຢັນອໍເດີ

69,000 ₭
ລາຄາ · Stock: 7 ຊີ້ນ
ຈຳນວນ
ສູງສຸດ 7 ຊີ້ນ

ລາຍລະອຽດສິນຄ້າ

ຊຸດນີ້ລວມເອົາອຸປະກອນພື້ນຖານຄົບຊຸດ ເພື່ອສ້າງລະບົບກວດຈັບຄວາມຊຸ່ມຊື່ນໃນດິນ ແລະ ສັ່ງຫົດນ້ຳໂດຍອັດຕະໂນມັດ ເມື່ອດິນແຫ້ງ.

ໃນຊຸດປະກອບມີ (What's in the box):
Soil Moisture Sensor (ເຊັນເຊີວັດຄວາມຊຸ່ມໃນດິນ): ໃຊ້ສຽບລົງໃນດິນເພື່ອທົດສອບວ່າດິນມີນ້ຳພໍຫຼືບໍ່.

Mini Water Pump (ປ້ຳນ້ຳຈິ໋ວ): ປ້ຳນ້ຳໄຟຟ້າຂະໜາດນ້ອຍ (3-6V) ສຳລັບດູດນ້ຳຈາກຖັງໄປຫົດຕົ້ນໄມ້.

Relay Module 1-Channel (ໂມດູນຣີເລ): ເຮັດໜ້າທີ່ເປັນ "ສະວິດໄຟຟ້າ" ເພື່ອໃຫ້ໄມໂຄຄອນໂທຣເລີສັ່ງ ເປີດ-ປິດ ປ້ຳນ້ຳໄດ້.

Battery Case (ຮາງຖ່ານ AA 4 ກ້ອນ): ແຫຼ່ງຈ່າຍໄຟສຳລັດຮູບທີ່ມີຝາປິດ ແລະ ສະວິດ ເປີດ-ປິດ ໃນຕົວ.

Jumper Wires (ສາຍຈ້ຳ): ສາຍໄຟສຳລັບຕໍ່ວົງຈອນເຂົ້າຫາກັນໂດຍບໍ່ຕ້ອງຈອດ.

ຫຼັກການເຮັດງານ (How it works):
ກວດຈັບ: ເຊັນເຊີຈະສົ່ງຄ່າຄວາມຊຸ່ມໃນດິນໄປຫາບອດ (ເຊັ່ນ ESP32-C3 ຂອງທ່ານ).

ປະມວນຜົນ: ຖ້າຄ່າຄວາມຊຸ່ມຕ່ຳກວ່າທີ່ກຳນົດ (ດິນແຫ້ງ), ບອດຈະສົ່ງສັນຍານໄປຫາ Relay.

ເຮັດງານ: Relay ຈະເປີດວົງຈອນໃຫ້ປ້ຳນ້ຳເຮັດງານ ເພື່ອຫົດນ້ຳຕົ້ນໄມ້ທັນທີ.

ຈຸດເດັ່ນຂອງຊຸດນີ້:
Easy to Start: ເໝາະສຳລັບນັກຮຽນ, ນັກສຶກສາ ຫຼື Maker ມືໃໝ່ ທີ່ຢາກລອງເຮັດໂປຣເຈັກ IoT ຕົວຈິງ.

Practical Use: ສາມາດນຳໄປໃຊ້ງານໄດ້ແທ້ໃນເຮືອນ, ຫ້ອງການ ຫຼື ສວນຄົວຂະໜາດນ້ອຍ.

Scalable: ສາມາດພັດທະນາຕໍ່ຍອດໃຫ້ເຊື່ອມຕໍ່ Wi-Fi ເພື່ອເບິ່ງຄ່າຄວາມຊຸ່ມ ແລະ ສັ່ງຫົດນ້ຳຜ່ານມືຖືໄດ້.